ຈຸດບໍລິການ
ປະເພດເງິນກູ້ ແລະ ອັດຕາດອກເບ້ຍ
ເງິນກູ້ໄລຍະສັ້ນ
(ອັດຕາດອກເບ້ຍ 5% ຕໍ່ປີ)
ເງິນກູ້ໄລຍະກາງ
(ອັດຕາດອກເບ້ຍ 6% ຕໍ່ປີ)
ເງິນກູ້ໄລຍະຍາວ
(ອັດຕາດອກເບ້ຍ 7% ຕໍ່ປີ)
ວຽກງານວິຊາສະເພາະ
ທະນາຄານ ນະໂຍບາຍ ສາຂາໄຊສົມບູນໄດ້ເປີດກອງປະຊຸມທາບທາມຄວາມໄວ້ວາງໃຈຄະນະສາຂາ ແລະ ພິທີມອບທຸງໄຊໃຫ້ໜ່ວຍບໍລິການ ທີ່ສາມາດຈັດຕັ້ງປະຕິບັດວຽກງານໄດ້ຕາມມາດຖານກຳນົດໄວ້.
ໃນຕອນເຊົ້າວັນອັງຄານທີ 22 ມີນາ 2022 ທະນາຄານນະໂຍບາຍ ສາຂາໄຊສົມບູນ ໄດ້ສຳເລັດເປີດກອງປະຊຸມທາບທາມຄວາມໄວ້ວາງໃຈ ຂອງຄະນະສາຂາທັງ 03 ທ່ານຄື: ທ່ານ ຂັນແກ້ວ ສີບຸນເຮືອງ ວ່າການຫົວໜ້າສາຂາ, ທ່ານ ຕ້ອມພັນທະວົງ ເຄືອມີໄຊ ແລະ ທ່ານ ຄຳພັດ ແກ້ວວິໄລ ຮອງຫົວໜ້າສາຂາ, ພາຍໃຕ້ການເປັນປະທານຂອງ ທ່ານ ແສງເພັດ ດວງພິລາ ຮອງຜູ້ອຳນວຍການ ທະນາຄານນະໂຍບາຍ ພ້ອມດ້ວຍຄະນະຈາກສຳນັກງານໃຫຍ່ ມີພະນັກງານພາຍໃນສຳນັກງານສາຂາ ແລະ ຫົວໜ້າໜ່ວຍບໍລິການອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.
ທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສິນເຊື່ອປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ແລະ ຮັບຮອງແຜນສີນເຊື່ອປະຈຳປີ 2022 ສະເພາະ ແຂວງຫຼວງນ້ຳທາ
ຕອນເຊົ້າວັນທີ 22 ມິນາ 2022 ທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສິນເຊື່ອປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ແລະ ຮັບຮອງແຜນສີນເຊື່ອປະຈຳປີ 2022 ສະເພາະແຂວງຫຼວງນ້ຳທາ ຢູ່ທີ່ຫ້ອງປະຊຸມຊັ້ນ III ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ອ່ອນຈັນ ຄຳພະວົງ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ປະທານຄະນະກຳມະການສິນເຊື່ອ ປະຈຳແຂວງຫຼວງນ້ຳທາ ເປັນກຽດເຂົ້າຮ່ວມໂດຍມີ ທ່ານ ໂພຕະມີ ພຸດທະວົງ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງອຸດົມໄຊ, ມີຄະນະກຳມະການຄຸ້ມຄອງສິນເຊື່ອຂັ້ນແຂວງ, ຂັ້ນເມືອງ, ຄະນະສາຂາ ແລະ ພະນັກງານຂະແໜງສິນເຊື່ອ ເຂົ້າຮ່ວມທັງໝົດ 17 ທ່ານ, ຍິງ 01 ທ່ານ.
ທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສິນເຊື່ອປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ສະເພາະ ແຂວງບໍ່ແກ້ວ
ຕອນເຊົ້າເວລາ 08:30 ໂມງ ຂອງວັນທີ 24 ມີນາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ເຄື່ອນເພັດ ວົງຈັນ ກໍາມະການປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງບໍ່ແກ້ວ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ສຸພົດ ໂຊກປະຫວັດ ຮອງຜູ້ອຳນວຍການທະນາຄານນະໂຍບາຍ, ທ່ານ ພອນສະຫວັນ ຄຳພາວົງ ຮອງຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງອຸດົມໄຊ, ບັນທ່ານຄະນະກຳມະການຄູ້ມຄອງສິນເຊື່ອຂັ້ນແຂວງ, ປະທານຄະນະກຳມະການສິນເຊື່ອຂັ້ນເມືອງ, ຫົວໜ້າສາຂາ, ຮອງຫົວໜ້າສາຂາ ທນບ ສາຂາຫຼວງນໍ້າທາ, ແລະ ພະນັກງານພາຍໃນ ທນບ ເຂົ້າຮ່ວມທັງໝົດ 25 ທ່ານ.
ອົງການຈັດຕັ້ງພັກ
ໜ່ວຍພັກທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງປະຈຳປີ 2021
ຕອນເຊົ້າ ເວລາ 8:30 ນາທີ ຂອງວັນທີ14 ມັງກອນ 2022 ໜ່ວຍພັກທະນາຄານນະໂຍບາຍ ສາຂາ ຫຼວງນ້ຳທາ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງປະຈຳປີ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ຂອງທະນາຄານນະໂຍບາຍສາຂາຫຼວງນ້ຳທາ ໂດຍການປະທານຂອງ ສະຫາຍ ສີຝອງ ແກ້ວກົງຕາ ເລຂາໜ່ວຍພັກຮັກສາການຫົວໜ້າທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ, ມີຜູ້ຕາງໜ້າຈາກ3 ອົງການຈັດຕັ້ງພັກ, ສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນໜ່ວຍເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 09 ສະຫາຍ.
ພິທີຮັບສະມາຊິກສຳຮອງໜ່ວຍພັກ ທະນາຄານນະໂຍບາຍ ສາຂາ ຫຼວງນ້ຳທາ
ຕອນແລງ ເວລາ 15:00 ນາທີ ຂອງວັນທີ 21 ມັງກອນ 2022 ໜ່ວຍພັກທະນາຄານນະໂຍບາຍ ສາຂາ ຫຼວງນ້ຳທາໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ຂອງທະນາຄານນະໂຍບາຍສາຂາຫຼວງນ້ຳທາ ໂດຍການປະທານຂອງ ສະຫາຍ ສີຟອງ ແກ້ວກົງຕາ ເລຂາໜ່ວຍພັກ ຮັກສາການຫົວໜ້າທະນາຄານນະໂຍບາຍ ສາຂາ ຫຼວງນ້ຳທາ ມີຮອງເລຂາໜ່ວຍພັກ, ປະທານກວດກາພັກ, ຄະນະພັກ,ສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນໜ່ວຍເຂົ້າຮ່ວມທັງໝົດ 12 ສະຫາຍ, ຍິງ 05 ສະຫາຍ.
ທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ເປີດກອງປະຊຸມປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ II ຮອບທີ II ປະຈຳປີ 2021 ຄັ້ງວັນທີ 16 ກຸມພາ 2022
ຕອນແລງວັນທີ 16 ກຸມພາ 2022 ໜ່ວຍພັກທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ໄດ້ເປີດກອງປະຊຸມປະເມີນໜວ່ຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ II ຮອບທີ II ປະຈຳປີ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ທນບ ສາຂາຫຼວງນ້ຳທາ ໂດຍພາຍໃຕ້ການເປັນປະທານ ສະຫາຍ ສີຟອງ ແກ້ວກົງຕາ ເລຂາໜວ່ຍພັກ ຫົວໜ້າທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ເປັນກຽດເຂົ້າຮ່ວມມີສະຫາຍຕາງໜ້າ 3 ອົງການຈັດຕັ້ງພັກຄື ໂຄສະນາອົບຮົມແຂວງ, ຈັດຕັ້ງແຂວງ, ກວດກາພັກລັດແຂວງ ແລະ ສະມາຊີກສົມບູນ, ສຳຮອງ ເຂົ້າຮ່ວມລວມທັງໝົດຈຳນວນ 18 ສະຫາຍ ຍິງ 5 ສະຫາຍ.
ອົງການຈັດຕັ້ງມະຫາຊົນ
ກອງປະຊຸມໃຫຍ່ ຄັ້ງທີ III ໜ່ວຍຊາວໜຸ່ມ ທນບ ສະຫວັນນະເຂດ
ໃນຕອນບ່າຍ ຂອງ ວັນທີ 11/02/2022 ເວລາ 13 ໂມງ 30 ນາທີ ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ທະນາຄານນະໂຍບາຍ ສາຂາສະຫວັນນະເຂດ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III ຂຶ້ນ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ປອ ພູລຳພອນ ສີຫາວົງ ກຳມະການພັກ ແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງສະຫວັນນະເຂດ, ມີ ສະຫາຍ ວໍສຸວັນ ເດດວົງສາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າ ທະນາຄານນະໂຍບາຍ ສາຂາສະຫວັນນະເຂດ, ສະຫາຍ ລັດສະໝີ ວັນສີລາລົມ ເລຂາໜ່ວຍຊາວໜຸ່ມ ທະນາຄານນະໂຍບາຍ ສາຂາສະຫວັນນະເຂດ, ມີບັນດາແຂກທີ່ໄດ້ຖືກເຊີນ ແລະ ຜູ້ແທນສົມບູນ ກໍ່ໄດ້ເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ່ I ຂອງກຳມະບານຮາກຖານ ທນບ ສາຂາ ຫົວພັນ
ວັນສຸກທີ 03 ພຶດສະພາ 2019 ຢູ່ທີ່ຫ້ອງປະຊຸມໃຫ່ຍຊັ້ນ III ຫ້ອງການ ທະນາຄານນະໂຍບາຍ ສາຂາ ຫົວພັນ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ I ໜ່ວຍກຳມະບານຮາກຖານ ທນບ ສາຂາ ຫົວພັນຂື້ນ ໂດຍປະຕິບັດຕາມຂໍ້ຕົກລົງສະບັບເລກທີ 47/ສກຂ, ລົງວັນທີ 02 ເມສາ 2019 ແລະ ກົດໝາຍກຳມະບານສະບັບເລກທີ 39/ສພຊ, ລົງວັນທີ: 15 /11 /2017 ພາຍໃຕ້ການເປັນປະທານ ຂອງທ່ານ ເພັດສະໝອນ ເພັດສິງທອງ ປະທານກຳມະບານຮາກຖານ ທນບ, ເປັນກຽດເຂົ້າຮ່ວມກອງປະຊຸມມີ ສະຫາຍ ຄຳພັດ ແກ້ວວິໄລ ຮອງເລຂາໜ່ວຍພັກ ຮອງຫົວໜ້າ ທນບ ສາຂາ ຫົວພັນ ແລະ ສະຫາຍ ດອນສະຫັວນ ດວງສິດ ຮອງປະທານສະຫະພັນກຳມະບານແຂວງ ພ້ອມແຂກຖຶກເຊີນທີ່ມາຈາກ ທະນາຄານ ພັດທະນາລາວ ແລະ ສົ່ງເສີມກະສິກຳ, ມີຕາງໜ້າອົງການຈັດຕັ້ງພາຄີ, ມີສະມາຊິກກຳມະບານພາຍໃນໜ່ວຍ ເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 10 ສະຫາຍ.
ການບໍລິການ
ເງິນກູ້
ສິນເຊື່ອ ທະນາຄານ ນະໂຍບາຍ ສະໜອງສິນເຊື່ອ ດອກເບ້ຍຕ່ຳ ໂດຍການ ຕົກລົງ ເຫັນດີ ແລະ ກຳນົດເຂດໂດຍກົງ ຈາກ ລັດຖະບານ ເພື່ອແກ້ໄຂ ຄວາມທຸກຍາກ ເທື່ອລະກ້າວ ໂດຍມີ ຫຼັກການ, ເງື່ອນໄຂ, ການປະກອບ ເອກະສານ, ປະເພດເງິນກຸ້, ອັດຕາດອກເບ້ຍ ແລະ ເງື່ອນໄຂຜ່ອນຜັນ
ການບໍລິການໂອນເງິນພາຍໃນ
ທນບ ຂອງພວກເຮົາໄດ້ເປີດບໍລິການຮັບໂອນເງິນໃຫ້ຜູ້ທີ່ມາໃຊ້ບໍລິການໂອນເງິນຈາກໜ່ວຍບໍລິການໄປຫາສາຂາແຕ່ລະແຂວງ ແລະໂອນໄປ ທະນາຄານອື່ນໆ,ໂດຍຜ່ານສຳນັກງານໃຫ່ຍ,ດ້ວຍລະບົບແຟັກ ທີ່ມີຄວາມວ່ອງໄວທັງຮັບປະກັນຄວາມປອດໄພໃຫ້ລູກຄ້າແຕ່ຕົ້ນ
ການບໍລິການເງິນຝາກ
ປະຈຸບັນທາງທະນາຄານ ນະໂຍບາຍ ແມ່ນເປີດໃຫ້ລູກຄ້າທຸກທ່ານສາມາດເຂົ້າມາໃຊ້ບໍລິການເງິນຝາກ ຢູສາຂາໄຊສົມບູນ ແລະ ໜ່ວຍບໍລິການທີ່ຂຶ້ນກັບ
ການເປັນຕົວແທນ ທພລ
ທະນາຄານນະໂຍບາຍ ເປັນຕົວແທນຂອງ ທະນາຄານພັດທະນາລາວ ໃນການໃຫ້ບໍລິການຝາກເງິນ ແລະ ຖອນເງິນ, ທ່ານໃດທີ່ເປັນລູກຄ້າຂອງ ທພລ ສາມາດເຂົ້າມາໃຊ້ບໍລິການຢູ່ ທນບ ໄດ້
ປະກາດ
ປະກາດ
ປະກາດ
ສະຖານທີ່
ຈຸດບໍລິການ:
| ບໍ່ມີຂໍ້ມູນ |