ທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ເປີດກອງປະຊຸມປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ II ຮອບທີ II ປະຈຳປີ 2021 ຄັ້ງວັນທີ 16 ກຸມພາ 2022
ຕອນແລງວັນທີ 16 ກຸມພາ 2022 ໜ່ວຍພັກທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ໄດ້ເປີດກອງປະຊຸມປະເມີນໜວ່ຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ II ຮອບທີ II ປະຈຳປີ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ທນບ ສາຂາຫຼວງນ້ຳທາ ໂດຍພາຍໃຕ້ການເປັນປະທານ ສະຫາຍ ສີຟອງ ແກ້ວກົງຕາ ເລຂາໜວ່ຍພັກ ຫົວໜ້າທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ເປັນກຽດເຂົ້າຮ່ວມມີສະຫາຍຕາງໜ້າ 3 ອົງການຈັດຕັ້ງພັກຄື ໂຄສະນາອົບຮົມແຂວງ, ຈັດຕັ້ງແຂວງ, ກວດກາພັກລັດແຂວງ ແລະ ສະມາຊີກສົມບູນ, ສຳຮອງ ເຂົ້າຮ່ວມລວມທັງໝົດຈຳນວນ 18 ສະຫາຍ ຍິງ 5 ສະຫາຍ.
ກອງປະຊຸມ ສະຫາຍ ສີຟອງ ແກ້ວກົງຕາ ເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ II ຮອບທີ II ປະຈຳປີ 2021 ແລະ ວາງແຜນສູ້ຊົນປີ 2022. ຫຼັງຈາກນັ້ນ, ບັນດາຜູ້ແທນກອງປະຊຸມກໍ່ໄດ້ຄົ້ນຄວ້າປະກອບຄຳຄິດ ຄຳເຫັນຕໍ່ຮ່າງບົດປະເມີນຜົນການກໍ່ສ້າງໜວ່ຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ II ຮອບທີ II ປະຈຳປີ 2021 ເຊີ່ງດ້ານດີ - ດ້ານອ່ອນ ແລະ ປະເມີນຕີລາຄາຄະແນນ 5 ດ້ານດັ່ງນີ້:
- ດ້ານການເມືອງ.
- ດ້ານແນວຄິດ.
- ດ້ານການຈັດຕັ້ງ.
- ແບບແຜນວິທີການນຳພາ.
- ຄວາມຮັບຜິດຊອບຕໍ່ໜ້າທີ່ການງານ.
ພ້ອມກັນນັ້ນ, ກອງປະຊຸ່ມເຫັນດີເປັນເອກະພາບນໍາສະເໜີຄະນະພັກຂັ້ນເທິງເພື່ອຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ II ຮອບທີ II ປະຈຳປີ 2021. ກອງປະຊຸມໄດ້ດຳເນີນໄປເປັນເວລາເຄີ່ງຕອນ ແລະ ໄດ້ປິດລົງໃນຕອນແລງ 15:30 ໂມງຂອງວັນດຽວກັນ.
ທີ່ຫຼວງນ້ຳທາ, ວັນທີ່ 17 ກຸມພາ 2022.