ໜ່ວຍພັກທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງປະຈຳປີ 2021

ຕອນເຊົ້າ ເວລາ 8:30 ນາທີ ຂອງວັນທີ14 ມັງກອນ 2022 ໜ່ວຍພັກທະນາຄານນະໂຍບາຍ ສາຂາ ຫຼວງນ້ຳທາ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງປະຈຳປີ 2021 ຢູ່ທີ່ຫ້ອງປະຊຸມ​ໃຫຍ່ຊັ້ນ III ຂອງທະນາຄານນະໂຍບາຍສາຂາຫຼວງນ້ຳທາ ​ໂດຍ​ການປະທານຂອງ ສະຫາຍ ສີຝອງ ແກ້ວກົງຕາ ເລຂາໜ່ວຍພັກຮັກສາການຫົວໜ້າທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ, ມີຜູ້ຕາງໜ້າຈາກ3 ອົງການຈັດຕັ້ງພັກ, ສະມາຊິກພັກ​ສົມບູນ ​ແລະ ສຳຮອງ ພາຍໃນໜ່ວຍເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 09 ສະຫາຍ.


ກອງປະຊຸມຍັງໄດ້ຮັບຟັງ ສະຫາຍ ຮອງເລຂາໜ່ວຍພັກ ປະທານກວດກາພັກ ໄດ້ຂື້ນຜ່ານຮ່າງບົດສຳຫຼວດການນຳພາລວມຂອງໜ່ວຍພັກ ປະຈຳ​ປີ 2021 ແລະ ຄະນະພັກກໍ່ໄດ້ຜ່ານບົດສຳຫຼວດບຸກຄົນໃນຄະນະພັກໃນໄລຍະ 1 ປີຜ່ານມາ ພ້ອມນັ້ນ, ສະມະຊິກພັກສົມບູນ ກໍ່ໄດ້ຜ່ານບົດສຳຫຼວດຂອງຕົນເອງ ​ເຊີ່ງ​ສະ​ແດງ​ອອກ ດ້ານ​ດີ ດ້ານອ່ອນ ​ແລະ ຂ້ໍຄົງຄ້າງທີ່ຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າຕໍ່ກອງປະຊຸມ. ຈາກນັ້ນ, ແຂກຜູ້ແທນກອງປະຊຸມໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາບລວມຂອງໜ່ວຍພັກ ປະຈຳ​ປີ 2021 ແລະ ບົດສຳຫຼວດຂອງສະມາຊິກພັກສົມບູນແຕ່ລະສະຫາຍ ຢ່າງກົງໄປກົງມາ ເຊີ່ງຄຳຄິດຄຳເຫັນດັ່ງກ່າວແມ່ນເຕັມໄປດ້ວຍຄວາມໝາຍອັນສຳຄັນຈິງໃຈກໍ່ສ້າງຊ່ວຍເຫຼື່ອເຊີງກັນ ແລະ ກັນ, ດ້ານດີທີ່ໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍເຮັດໄດ້ແມ່ນຈະສືບຕໍ່ເສີມຂະຫຍາຍຮັກສາມູນເຊື້ອ, ສຳລັບຂໍ້ຄົງຄ້າງແມ່ນຕ້ອງໄດ້ຮີບຮ້ອນປັບປຸງແກ້ໄຂໃຫ້ດີຂື້ນ ​ແລະ ພ້ອມ​ທັງ​ຕົບມື​ຮັບຮອງ​ເອົາ​ຮ່າງ​ບົດ​ສຳຫຼວດການນຳພາລວມຂອງໜ່ວຍພັກ ປະຈຳ​ປີ 2021. ຫຼັງຈາກນັ້ນ, ສະມາຊິກພັກສົມບູນໄດ້ລົງຄະແນນສຽງຕີລາຄາຈັດແບ່ງປະເພດສະມາຊິກພັກຕາມລະບຽບໄດ້ກຳນົດໄວ້.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ: 11:30 ນາທີຂອງວັນດຽວກັນ.




ຕິດຕໍ່ພົວພັນ:

ສຳນັກງານໃຫຍ່ ຕັ້ງຢູ່: ອາຄານ ເລກທີ 640 ຖະໜົນໄກສອນ ພົມວິຫານ,
ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ, ປະເທດ ສປປ ລາວ
ໂທ: (+856) 21 264407-21, Website: www.nbb.com.la Email: admin@nbb.com.la Facebook: https://www.facebook.com/nbb.com.la