ພິທີຮັບສະມາຊິກສຳຮອງໜ່ວຍພັກ ທະນາຄານນະໂຍບາຍ ສາຂາ ຫຼວງນ້ຳທາ

ຕອນແລງ ເວລາ 15:00 ນາທີ ຂອງວັນທີ 21 ມັງກອນ 2022 ໜ່ວຍພັກທະນາຄານນະໂຍບາຍ ສາຂາ ຫຼວງນ້ຳທາໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຢູ່ທີ່ຫ້ອງປະຊຸມ​ໃຫຍ່ຊັ້ນ III ຂອງທະນາຄານນະໂຍບາຍສາຂາຫຼວງນ້ຳທາ ​ໂດຍ​ການປະທານຂອງ ສະຫາຍ ສີຟອງ ແກ້ວກົງຕາ ເລຂາໜ່ວຍພັກ ຮັກສາການຫົວໜ້າທະນາຄານນະໂຍບາຍ ສາຂາ ຫຼວງນ້ຳທາ ມີຮອງເລຂາໜ່ວຍພັກ, ປະທານກວດກາພັກ, ຄະນະພັກ,ສະມາຊິກພັກ​ສົມບູນ ​ແລະ ສຳຮອງ ພາຍໃນໜ່ວຍເຂົ້າຮ່ວມທັງໝົດ 12 ສະຫາຍ, ຍິງ  05 ສະຫາຍ.



ພິທີດັ່ງກ່າວ ສະຫາຍ ນ ພອນທີບ ກາຫວັນ ຄະນະໜ່ວຍພັກ ໄດ້ຂື້ນຜ່ານ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຈຳນວນ 2 ສະບັບຄື: ເລກທີ 82/ຄປພຂ, 83/ຄປພຂ ລົງວັນທີ 01 ຕຸລາ 2021; ສະຫາຍເລຂາໜ່ວຍພັກ ຂື້ນກ່າວຮັບສະມາຊິກພັກສຳຮອງພ້ອມທັງໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊີ່ງສະຫາຍໄດ້ເລົາເຖີງມູນເຊື້ອ ແລະ ການເປັນມາຂອງພັກປະຊາຊົນປະຕິວັດລາວ, ຜ່ານລະບຽບພັກປະຊາຊົນປະຕິວັດລາວໂດຍຫຍໍ້; ເວົ້າເຖີງໜ້າທີສະມາຊິກພັກ ແລະ 11 ຂໍ້ຫ້າມຂອງສະມາຊິກພັກ ຕອນທ້າຍໄດ້ເນັ້ນໜັກຕື່ມ 6 ຂໍ້ຄື:

  1. ທັດສະນະດ້ານການເມືອງ – ແນວຄິດ, ໃຫ້ຖືກຕ້ອງສອດຄ່ອງຕາມແນວທາງຂອງພັກ-ຂອງລັດໃນແຕ່ລະໄລຍະ.
  2. ຍົກສູງຄວາມຮັບຜິດຊອບເສຍສະຫຼະສ່ວນຕົວເພື່ອສ່ວນລວມ.
  3. ຄວາມເປັນແບບຢ່າງໃຫ້ແກ່ມະຫາຊົນ.
  4. ຄວາມຊືສັດສຸດຈະລິດຕໍ່ໜ້າທີວຽກງານ.
  5. ຄວາມສາມັກຄີໃຫ້ແໜ້ນແຟ້ນ, ໜັກແໜ້ນ.
  6. ເອົາໃຈໃສ່ຕໍ່ໜ້າທີ ແລະ ການເມືອງທີຕົນເອງຮັບຜິດຊອບ ແລະ ຝຶກຝົນຫຼໍ່ຫຼອມຕົນເອງເປັນສະມາຊິກພັກທີດີ,ປອດໃສ ເຂັ້ມແຂງ ໜັກແໜ້ນ.

ຫຼັງຈາກນັ້ນສະມາຊິກພັກໃໝ່ຂື້ນຮັບຄຳໂອ້ວາດ ແລະ ປະຕິຍານຕົນຕໍ່ພິທີດັ່ງກ່າວ.

ພິທີດັ່ງກ່າວໄດ້ປິດລົງຢ່າງເປັນທາງການໃນເວລາ: 16:30 ນາທີຂອງວັນດຽວກັນ.

ສາຂາຫຼວງນ້ຳທາ, ວັນທີ 21 ມັງກອນ 2022




ຕິດຕໍ່ພົວພັນ:

ສຳນັກງານໃຫຍ່ ຕັ້ງຢູ່: ອາຄານ ເລກທີ 640 ຖະໜົນໄກສອນ ພົມວິຫານ,
ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ, ປະເທດ ສປປ ລາວ
ໂທ: (+856) 21 264407-21, Website: www.nbb.com.la Email: admin@nbb.com.la Facebook: https://www.facebook.com/nbb.com.la